laos national flag flag
ຫຼັກສູດ

ອຸປະກອນການຮຽນການສອນ

ສູນການສຶກສາ ອິຊຶມິ ຈະໃຊ້ອຸປະກອນແມ່ນລູກຄິດຍີ່ປຸ່ນເປັນຫຼັກ ເຊິ່ງເປັນລູກຄິດທີ່ບໍລິສັດຜະລິດລູກຄິດຍີ່ປຸ່ນ ຊື່: ບໍລິສັດ ໂຕໂມະເອະ Tomoe Soroban Co., Ltd. ທີ່ໄດ້ສ້າງຕັ້ງຂຶ້ນມາໃນປີ 1949 ເປັນບໍລິສັດທີ່ມີຊື່ສ່ຽງໃນການຜະລິດລູກຄິດຍີ່ປຸ່ນດ້ວຍສີມືທີ່ປານີດ, ລູກຄິດຍີ່ປຸ່ນນີ້ຊື້ພຽງແຕ່ຄັ້ງດຽວແຕ່ສາມາດໃຊ້ໄດ້ກຸ່ມຮອດ 10 ປີ. ລູກຄິດຍີ່ປຸ່ນເປັນເຄື່ອງມືສໍາຄັນໃນການກະຕຸ້ນສະໝອງໃຫ້ແກ່ນັກຮຽນເພື່ອເກັ່ງຄະນິດສາດໃນການຄິດໄລ່ເລກບວກ, ລົບ, ຄູນ, ຫານ.

ຫ້ອງຮຽນ

ສູນການສຶກສາ ອິຊຶມິ ມີຫ້ອງຮຽນທັງໝົດ 4 ຫ້ອງ. ແຕ່ລະຫ້ອງຮັບນັກຮຽນໄດ້ເຕັມ 12 ຄົນ. ໃນຫ້ອງຮຽນໜຶ່ງແຕ່ລະຊົ່ວໂມງກໍແຕກຕ່າງກັນໄປ ບາງຫ້ອງຮຽນມີນັກຮຽນ 3 ຄົນ, ບາງຫ້ອງຮຽນກໍມີນັກຮຽນ 12 ຄົນເຕັມຫ້ອງ. ເວລາທີ່ມີນັກຮຽນເຕັມຫ້ອງ 12 ຄົນ. ພວກເຮົາຈະໃຊ້ສາວຄູສອນ 3 ຄົນ ເພື່ອເບິ່ງນັກຮຽນໃຫ້ໄດ້ຢ່າງທົ່ວເຖິງ ແລະ ມີປະສິດທິພາບດີ. ຖ້າຫາກມີນັກຮຽນລະຫວ່າງ 1 ຫາ 3 ຄົນ, ເຮົາຈະໃຊ້ຄູ 1 ຄົນ. ຖ້າມີນັກຮຽນ 4 ຫາ 9 ຄົນ, ເຮົາຈະໃຊ້ຄູ 2​ ຄົນ. ຖ້າມີນັກຮຽນ 10 ຫາ 12 ຄົນ ເຮົາຈະໃຊ້ຄູ 3 ຄົນ. ເປັນມາດຕະຖານຂອງຍີ່ປຸ່ນ.