laos national flag flag
ກ່ຽວກັບອິຊຶມິ
izumi academy of laos flower logo
ປະສົບການ

ອິຊຶມິ ມີປະສົບການສອນຫຼາຍກ່ວາ 45 ປີ. ປະສົບການດັ່ງກ່າວຈະເປັນສິ່ງທີ່ສ້າງແຮງຈູງໃຈໃຫ້ເດັກມີຄວາມກະຕືລືລົ້ນໃນການຮຽນຮູ້ແບບສ້າງສັນ ແລະ ສະໜຸນສະໜານ.

izumi academy of laos flower logo
ອິຊຶມິ ສາກົນ

ສູນການສຶກສາ ອິຊຶມິ ໄດ້ຂະຫຍາຍສາຂາມາໃນປະເທດຂົງເຂດອາຊີອາຄະເນເຊັ່ນ: ປະເທດຫວຽດນາມ, ລາວ, ຟິລິບປິນ ແລະ ອິນໂດເນເຊຍ. ເພື່ອຈຸດປະສົງຢາກໃຫ້ເດັກນ້ອຍໃນຂົງເຂດອາຊີອາຄະເນນີ້ໄດ້ຮຽນຮູ້ ແລະ ພັດທະນາສິ່ງທີ່ເປັນປະໂຫຍດທີ່ສຸດໃຫ້ແກ່ເຂົາເຈົ້າ.

izumi academy of laos flower logo
ການລົງມືປະຕິບັດ

ທຸກໆຄັ້ງທີ່ນັກຮຽນເຂົ້າຫ້ອງຮຽນ ຈະໄດ້ລົງມືປະຕິບັດຕົວຈິງໃນການໃຊ້ລູກຄິດຄິດໄລ່ຄະນິດສາດເຊິ່ງຈະເປັນການກະຕຸ້ນໃຫ້ເດັກຄິດໄລ່ເລກໃນໃຈໄດ້ໄວແລ້ວ, ຍັງກະຕຸ້ນສະໝອງເບື້ອງຂວາເຊິ່ງເປັນສະໝອງແຫ່ງຄວາມຄິດສ້າງສັນ, ຈິນຕະນາການ, ຄວາມຈໍາດີເລີດ, ສະມາທິສູງ, ສະໝອງດີ, ສະໝອງໄວ ແລະ ແກ້ໄຂບັນຫາຕ່າງໆໄດ້ຢ່າງວ່ອງໄວ..

izumi academy of laos flower logo
ຄວາມມ່ວນຊື່ນ

ໝາກຫົວໃຈຫຼັກຂອງຫຼັກສູດ ອິຊຶມິ ແມ່ນຄວາມມ່ວນຊື່ນ. ພວກເຮົາສາມາດເຮັດໃຫ້ເດັກທີ່ບໍ່ມັກຄະນິດສາດກາຍເປັນເດັກທີ່ມັກຮຽນຄະນິດສາດ. ໃນຫ້ອງຮຽນນອກຈາກການຮຽນລູກຄິດແລ້ວ, ພວກເຮົາຍັງມີການສອດແສກການຫຼິ້ນເກມລວມໝູ່ເພື່ອສ້າງຄວາມສາມັກຄີິໃນໝູ່ເພື່ອນ ແລະ ເຮັດໃຫ້ເດັກສະໜຸກສະໜານກັບການຮຽນນໍາອີກ.

ການສຶກສາແບບອິຊຶມິ

ຫຼັກສູດລູກຄິດຍີ່ປຸ່ນ ແບບ ອິຊຶມິແມ່ນມີທັງໝົດ 20 ລະດັບ (20 Levels). ລະດັບ 20​ ແມ່ນລະດັບທີ່ງ່າຍທີ່ສຸດເຊິ່ງລວມເອົາການບວກ ແລະ ການລົບເລກ ໜຶ່ງຫົວໜ່ວຍ. ລະດັບ 1​ ແມ່ນລະດັບທີ່ຍາກທີ່ສຸດ ແລະ ສັບສົນທີ່ສຸດເຊິ່ງລວມເອົາການບວກ, ລົບ, ຄູນ ແລະ ຫານເລກຈຸດເປັນຕົວເລກ 10 ຫາ 12 ຫົວໜ່ວຍ. ນັກຮຽນທຸກໆຄົນຈະໄດ້ຮຽນເລີ່ມຕົ້ນຕັ້ງແຕ່ລະດັບ 20 ຫາ ລະດັບ 1. ຜູ້ທີ່ຮຽນຮອດລະດັບ 10, 9, 8, 7, 6, 5, 4, 3, 2, 1 ຈະໄດ້ສອບເສັງເພື່ອເອົາໃບປະກາດຊະນີຍະບັດຈາກສະມາຄົມລູກຄິດແຫ່ງປະເທດຍີ່ປຸ່ນ. ໂດຍສ່ວນໃຫຍ່ນັກຮຽນຄົນໜຶ່ງຈະມາຮຽນອາທິດລະ 2 ຄັ້ງ, ຄັ້ງລະ 1 ຊົ່ວໂມງ. ໃນ 1 ຊົ່ວໂມງນັ້ນຈະແບ່ງຫຼັກສູດການຮຽນການສອນອອກເປັນ 3 ພາກໃຫຍ່ຄື:

ໃຊ້ລູກຄິດຍີ່ປຸ່ນເຂົ້າການບວກ, ລົບ, ຄູນ, ຫານ (30 ນາທີ)

ໃຊ້ຄອມພິວເຕີເພື່ອໃຫ້ນັກຮຽນບວກ ແລະ ລົບເລກໃນໃຈ (10 ນາທີ)

ໃຫ້ນັກຮຽນຄິດໄລ່ເລກໃນໃຈແບບບໍ່ໃຊ້ລູກຄິດ (Flash Anzan) (20 ນາທີ)

ປະຫວັດຄວາມເປັນມາ

ອິຊຶມິ ຍີ່ປຸ່ນ ຖືກສ້າງຕັ້ງຂຶ້ນໂດຍທ່ານ ຮີໂຣະຊິ ຢາຊາກິ ໃນເດືອນ ມິຖຸນາ ປີ 1977 ກັບພະນັກງານອີກ 3 ຄົນ ເລີ່ມຕົ້ນສາຂາຫ້ອງຮຽນທໍາອິດແມ່ນຢູ່ເມືອງ ຈິໂນະ ແຂວງນາກາໂນ້ ປະເທດຍີ່ປຸ່ນ. ປະຈຸບັນມີພະນັກງານຫຼາຍກ່ວາ 500 ຄົນ. ຂະຫຍາຍສາຂາໄປຫຼາຍກ່ວາ 60 ແຫ່ງໃນແຂວງນາກາໂນ້ ແລະ ແຂວງຢາມານາຊິ. ມີນັກຮຽນມາຮຽນເປັນຈໍານວນຫຼາຍກ່ວາ 5,000 ຄົນ. ພ້ອມດຽວກັນນີ້ກໍໄດ້ຂະຫຍາຍຫຼັກສູດລູກຄິດຍີ່ປຸ່ນໄປປະເທດອາຊີອາຄະເນເຊັ່ນ: ປະເທດລາວ, ຫວຽດນາມ, ຟິລິບປິນ ແລະ ອິນໂດເນເຊຍ. .

ອິຊຶມິຢູ່ໃນປະເທດຕ່າງໆ